ກອງປະຊຸມປະຈຳໄຕມາດ 1ປີ 2025 ຂອງອົງປະກອບຍ່ອຍ

ໃນວັນທີ 29 ເມສາ 2025 ກອງປະຊຸມປະຈຳໄຕມາດ 1ປີ 2025 ຂອງອົງປະກອບຍ່ອຍ 3.3 ວຽກງານຂໍ້ມູນຂ່າວສານເພື່ອຊ່ອຍໃນການຕັດສິນໃຈພາຍໃຕ້ໂຄງການພູມີທັດ ແລະ ຊິວິດການເປັນຢູ່ໃນ ສປປ ລາວ (ໂຄງການ LLL) ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານ ຂອງທ່ານ ປອ ນາງ ບຸນພາມາ ໂພທິສານ ຮັກສາການຫົວໜ້າຫ້ອງການ ກອງທຶນປົກປັກຮັກສາສິ່ງແວດລ້ອມ, ພ້ອມດ້ວຍຕາງໜ້າກົມກອງກ່ຽວຂ້ອງ, ຄະນະພະແນກ ແລະ ວິຊາການເຂົ້າຮ່ວມ

