ກອງປະຊຸມຝືກອົບຮົມ ການຄຸ້ມຄອງໂຄງການ, ການເເງິນ ແລະ ຄຸ້ມຄອງຈັດຊື້-ຈັດຈ້າງ

ພ.ພ. 7, 2025 | ຂ່າວສານ

ໃນວັນທີ 28-30 ເມສາ 2025 ໄດ້ຈັດກອງປະຊຸມຝືກອົບຮົມ ການຄຸ້ມຄອງໂຄງການ, ການເເງິນ  ແລະ ຄຸ້ມຄອງຈັດຊື້-ຈັດຈ້າງ

ໃນວັນທີ 28-30 ເມສາ 2025 ໄດ້ຈັດກອງປະຊຸມຝືກອົບຮົມ ການຄຸ້ມຄອງໂຄງການ, ການເເງິນ  ແລະ ຄຸ້ມຄອງຈັດຊື້-ຈັດຈ້າງ ທີ່ ຫ້ອງປະຊຸມໃຫຍ່ ຫ້ອງວ່າການປົກຄອງ ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານ ຂອງ ທ່ານ ປອ ນາງ ບຸນພາມາ ໂທທິສານ ຮັກສາການຫົວໜ້າ ຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ພ້ອມດຽວກັນຍັງມີຕາງໜ້າຈາກໂຄງການຍ່ອຍ 13 ໂຄງການ: ຕາງໜ້າຈາກກົມທີ່ດິນ ກຊສ, ກົມສິ່ງແວດລ້ອມ ກຊສ, ສູນກາງຊາວໜຸ່ມ, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຊຽງຂວາງ, ແຂວງໄຊຍະບູລີ, ພະແນກກະສິກຳ ແລະ ປ່າໄມ້ ແຂວງຫຼວງພະບາງ, ແຂວງຜົ້ງສາລີ, ກອງກວດກາປ່າສະຫງວນ ພະແນກກະສິກຳ ແລະ ປ່າໄມ້ ແຂວງໄຊຍະບູລີ, ກອງຄຸ້ມຄອງປ່າສະຫງວນ ແລະ ປ່າປ້ອງກັນ ພະແນກກະສິກຳ ແລະ ປ່າໄມ້ ແຂວງຄຳມ່ວນ, ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງສິງ ແຂວງຫຼວງນ້ຳທາ, ເມືອງຮົ່ມ ແຂວງໄຊສົມບູນ, ເມືອງຫົງສາ ແຂວງຫຼວງພະບາງ ແລະ  ຕາງໜ້າຈາກ ຫຊສ ເມືອງປາກອູ ແຂວງຫຼວງພະບາງ, ຄະນະພະແນກ  ແລະ ວິຊາການເຂົ້າຫ້ອງການ ກອງທຶນປົກປັກຮັກສາສິ່ງແວດລ້ອມ ເຂົ້າຮ່ວມ ທັງໝົດຈຳນວນ 75 ທ່ານ ຍີງ 35 ທ່ານ.