ກອງປະຊຸມສະພາບໍລິຫານ ກອງທຶນປົກປັກຮັກສາສິ່ງແວດລ້ອມ ສະໄໝສາມັນ ຄັ້ງທີ XIII

ພ.ພ. 22, 2025 | ຂ່າວສານ

ກອງປະຊຸມສະພາບໍລິຫານ ກອງທຶນປົກປັກຮັກສາສິ່ງແວດລ້ອມ ສະໄໝສາມັນ ຄັ້ງທີ XIII

ໃນຕອນເຊົ້າຂອງວັນທີ 16 ພືດສະພາ ຜ່ານມາ ກອງທຶນປົກປັກຮັກສາສິ່ງແວດລ້ອມ (ກປສ) ໄດ້ຈັດກອງປະຊຸມສະພາບໍລິຫານ ກອງທຶນປົກປັກຮັກສາສິ່ງແວດລ້ອມ ສະໄໝສາມັນ ຄັ້ງທີ XIII ທີ່ຫ້ອງປະຊຸມ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໂດຍການເປັນປະທານ ຂອງ ທ່ານ ປອ ນາງ ບຸນຄຳ ວໍລະຈິດ ປະທານສະພາບໍລິຫານກອງທຶນປັກປັກຮັກສາສິ່ງແວດລ້ອມ, ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ), ເຂົ້າຮ່ວມກອງປະຊຸມປະກອບມີ ຮອງປະທານ ສະພາບໍລິຫານ, ຄະນະກຳມະການສະພາບໍລິຫານ, ກົມທີ່ດິິນ ແລະ ຄະນະຫ້ອງການກອງທຶນປັກປັກຮັກສາສິ່ງແວດລ້ອມ, ເຂົ້າຮ່ວມທັງໝົດ 15 ທ່ານ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ໄດ້ ລາຍງານຜົນສຳເລັດການເຄື່ອນໄຫວວຽກງານໃນ 1 ປີຜ່ານມາ (2024), ຕີລາຄາດ້ານດີ, ດ້ານອ່ອນ ແລະ ກຳນົດທິດທາງແຜນການ ປີ 2025; ການສະເໜີຕົ້ນທຶນເງິນຝາກ ຈາກການປະກອບສ່ວນພັນທະທາງດ້ານສິ່ງແວດລ້ອມ (1/3 ຫລື 30% ຂອງລາຍຮັບປະຈຳປີ 2023 ແລະ 2024 ພ້ອມທັງລາຍຮັບວິຊາການໃນການຕິດຕາມກວດກາສິ່ງແວດລ້ອມ ແລະ ຮ່າງຮັບນໍ້າ; ຄວາມຄືບໜ້າ ການຈັດຕັ້ງປະຕິບັດໂຄງການ ທີ່ໄດ້ຮັບທຶນຈາກ ກປສ (ທຶນພາຍໃນ ແລະ ສາກົນ) ເປັນຕົ້ນ: ການກະກຽມຄວາມພ້ອມ ຫກປສ ໃນການເຂົ້າເປັນອົງກອນທີ່ສາມາດເຂົ້າເຖິງແຫລ່ງທຶນໄດ້ໂດຍກົງ; ຄົ້ນຄ້ວາບົດສະເໜີໂຄງການ ຈຳນວນ 9 ໂຄງການ ທີ່ຂໍນໍາໃຊ້ທຶນພາຍໃນ ຂອງ ກປສ; ຄວາມຄືບໜ້າການໂຄງການເງິນກູ້ ທຶຶນພາຍໃນ ແລະ ການລາຍງານຜົນການກວດສອບທຶນພາຍໃນ ແລະ ສາກົນ.  ນອກນັ້ນ, ໃນນາມເຮັດໜ້າທີ່ເປັນຄະນະຊີ້ນຳ “ໂຄງການສ້າງຄວາມເຂັ້ມແຂງ ເພື່ອຂື້ນທະບຽນອອກໃບຕາດິນເປັນລະບົບ” ຄວາມຄືບໜ້າການຈັດຕັ້ງປະຕິບັດ “ໂຄງການສ້າງຄວາມ ເຂັ້ມແຂງ ເພື່ອຂື້ນທະບຽນອອກໃບຕາດິນເປັນລະບົບ” ແລະ ປຶກສາຫາລືກ່ຽວກັບວຽກງານ  ຊຶ່ງແມ່ນ ກົມທີ່ດິນ ກຊສ ເປັນຜູ້ຈັດຕັ້ງປະຕິບັດ ແລະ ເຮັດໜ້າທີ່ເປັນກອງເລຂາໃຫ້ຄະນະຊີ້້ນຳໂຄງການ.

ກອງປະຊຸມຄັ້ງນີ້ ແມ່ນມີຄວາມສຳຄັນ ຊຶ່ງໄດ້ຈະກຳນົດທິດທາງແຜນການເຄື່ອນໄຫວປະຈຳປີ 2025, ປຶກສາຫາລື ແລະ ໃຫ້ຄຳແນະນຳຕໍ່ບັນຫາຂໍ້ຄົງຄ້າງ ພ້ອມທັງ ພິຈາລະນາເອກະສານສຳຄັນຕ່າງໆ ທີ່ຈະເປັນແນວທາງນະໂຍບາຍ ໃນການ ສະໜອງທຶນ ແລະ ການເຄື່ອນໄຫວວຽກງານຂອງ ກປສ ໃຫ້ມີປະສິດທິຜົນ ແລະ ບັນລຸຕາມຈຸປະສົງຄາດໝາຍ. ດັ່ງນັ້ນ, ຂ້າພະເຈົ້າຮຽກຮ້ອງມາຍັງບັນ ດາທ່ານສະມາຊິກສະພາບໍລິຫານພວກເຮົາ ຈົ່ງພ້ອມກັນ ຄົ້ນຄ້ວາ, ປຶກສາລື ແລະ ຍົກສູງຄວາມຮັບຜິດ ຊອບຂອງຕົນເຂົ້າໃນການປະກອບຄຳຄິດຄຳເຫັນໃສ່ເນື້ອໃນເອກະສານຕ່າງໆໃຫ້ເລິກເຊິ່ງເພື່ອໃຫ້ ຫ້ອງການ ກປສ ແລະ ໂຄງການສ້າງຄວາມເຂັ້ມແຂງ ເພື່ອຂື້ນທະບຽນອອກໃບຕາດິນເປັນລະບົບ ນຳໄປຈັດຕັ້ງຜັນຂະຫຍາຍໃນຂັ້ນຕໍ່ໄປ.