ກອງປະຊຸມສະະພາບໍລິຫານ ກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ປ່າໄມ້ ສະໄໝສາມັນ ຄັ້ງທີ XIV

ພາຍຫຼັງທີ່ລັດຖະບານ ໄດ້ໂຮມເອົາ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເຂົ້າກັບກະຊວງກະສິກໍາ ແລະ ປ່າໄມ້ ແລະ ປ່ຽນຊື່ເປັນ “ກະຊວງກະສິກໍາ ແລະ ສິ່ງແວດລ້ອມ” ໃນທ້າຍ ປີ 2025. ໃນນັ້ນລັດຖະບານກໍ່ໄດ້ມີການໂຮມເອົາກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ກອງທຶນປົກປັກຮັກສາປ່າໄມ້ ເຂົ້າກັນ ແລະ ປ່ຽນຊື່ເປັນ “ກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ປ່າໄມ້” ເປັນຫົວໜ່ວຍການຈັດຕັ້ງລະດັບສອງ ຂອງກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ມີພາລະບົດບາດໃນການລະດົມທຶນ, ສະສົມທຶນ, ຈາກພາຍໃນ ແລະ ຕ່າງປະເທດ, ເກັບພັນທະດ້ານສິ່ງແວດລ້ອມ ແລະ ປ່າໄມ້ ເຂົ້າກອງທຶນ ພ້ອມທັງສະໜອງທຶນໃຫ້ແກ່ວຽກງານປົກປັກຮັກສາສິ່ງແວດລ້ອມ ແລະ ປ່າໄມ້ ໃນຂອບເຂດທົ່ວປະເທດ.
ສະນັ້ນ ໃນວັນທີ 18 ກຸມພາ 2026 ທີ່ ເມືອງວັງວຽງ, ແຂວງວຽງຈັນ ກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ປ່າ ໄມ້ ໄດ້ຈັດກອງປະຊຸມສະະພາບໍລິຫານ ກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ປ່າໄມ້ ສະໄໝສາມັນ ຄັ້ງທີ XIVໂດຍການເປັນປະທານຂອງທ່ານ ທ່ານ ຮສ ປອ ລິນຄໍາ ດວງສະຫວັນ, ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດ ລ້ອມ, ທັງເປັນປະທານສະພາບໍລິຫານກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ປ່າໄມ້. ນອກຈາກນັ້ນຍັງມີບັນດາທ່ານຮອງປະທານ ແລະ ຄະນະກໍາມະການ ສະພາບໍລິຫານກອງທຶນ ພ້ອມທັງມີຜູ້ຕາງໜ້າຈາກສະພາແຫ່ງຊາດ, ກະຊວງທີ່ກ່ຽວຂ້ອງ ເຂົ້າຮ່ວມຈຳນວນ 56 ທ່ານ
ໃນກອງປະຊຸມຄັ້ງນີ້ ທ່ານປະທານກອງປະຊຸມ ກໍ່ຄຶປະທານສະພາຜູ້ບໍລິຫານກອງທຶນໄດ້ກ່າວວ່ານັບແຕ່ປີ 2021-2025 ກອງທຶນປົກປັກຮັກສາສິ່ງແວດລ້ອມ ໄດ້ສະໜອງທຶນໃຫ້ກິດຈະກໍາ ແລະ ການຕິດຕາມກວດກາການປົກປັກຮັກສາສິ່ງແວດລ້ອມ ໄດ້ 70 ຕື້ກີບ; ສະໜອງໃຫ້ແກ່ວຽກງານຕິດຕາມກວດກາ, ຄຸ້ມຄອງ ເຄື່ອງປ່າຂອງດົງ 17.7 ຕື້ກີບ ແລະ ສະໜອງງົບປະມານໃຫ້ວຽກຟື້ນຟູປ່າ ແລະ ປູກໄມ້ທົດແທນ ໃຫ້ທ້ອງຖິ່ນ 122.6 ຕື້ກີບ ໃນເນື້ອທີ່ຫັນປ່ຽນທີ່ດິນປ່າໄມ້ 1 ລ້ານ ເຮັກຕາ ຕາມມະຕິຂອງສະພາແຫ່ງຊາດກໍານົດ ແລະ ທ່ານຍັງໄດ້ກ່າວຕື່ມອີກວ່າ ກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ປ່າໄມ້ ໄດ້ປະຕິບັດພາລະບົດບາດໜ້າທີ່ຂອງຕົນ ປະກອບສ່ວນຍາດແຍ່ງທຶນຮອນ ເຂົ້າໃສ່ວຽກງານປົກປັກຮັກສາສິ່ງແວດລ້ອມ ແລະ ປ່າໄມ້ ໃນໄລຍະຜ່ານມາ ແລະ ໃນປີ 2026 ນີ້ ກໍຈະໄດ້ສູ້ຊົນ ປະຕິບັດແຜນງົບປະມານ ທີ່ໄດຮັບການອະນຸມັດຈາກກະຊວງການເງິນ ໃນ 6 ເດືອນຕົ້ນປີ ເປັນມູນຄ່າ 48 ຕື້ ກີບ.
ຈາກນັ້ນ ທ່ານ ພັດນະຄອນ ຄັນທະມີໄຊ ຫົວໜ້າຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ປ່າໄມ້ ໄດ້ຂຶ້ນສະເໜີ ການຈັດຕັ້ງປະຕິບັດວຽກງານ ຂອງກອງທຶນ(ກສປ) ປີ 2021-2025 ແລະ ທິດທາງແຜນການ 2026-2030 ແລະ ນອກຈາກນັ້ນທ່ານນຍັງກ່າວຕື່ມອີກວ່າກອງທຶນປົກປັກຮັກສາສິ່ງແວດລ້ອມ ແມ່ນກອງທຶນທີ່ໄດ້ຮັບການສ້າງຕັ້ງຂື້ນ ໂດຍລັດຖະບານ ຕາມເງື່ອນໄຂສັນຍາເງິນກູ້ຢຶມ ຂອງ ADB ໂຄງການເງິນກູ້ມະຫາພາກສິ່ງແວດລ້ອມ-ສັງຄົມ” (ADB Loan-1867-Lao) ໄລຍະໂຄງການ 4 ປີ 2001-2004. ໃນເວລາຕໍ່ມາກອງທຶນຈຶ່ງໄດ້ຮັບການສ້າງຕັ້ງຂື້ນໃນປີ 2005 ຕາມດຳລັດວ່າດ້ວຍກອງທຶນປົກປັກຮັກສາສິ່ງແວດລ້ອມ ສະບັບເລກທີ 146/ນຍ, ລົງວັນທີ 5/6/2005 ແລະ ປັບປຸງໃນປີ 2017 ສະບັບເລກທີ 94/ລບ, ລົງວັນທີ 8 ມີນາ 2017. ຈຸດປະສົງເພື່ອລະດົມຂົນຂວາຍທຶນ, ຈາກພາຍໃນ ແລະ ຕ່າງປະເທດ ແນ່ໃສ່ສະສົມທຶນ ເພື່ອຕອບສະໜອງໃຫ້ແກ່ວຽກງານການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ປົກປັກຮັກສາສິ່ງແວດລ້ອມ ແລະ ປ່າໄມ້ ແບບຍືນຍົງ, ປະກອບສ່ວນໃຫ້ແກ່ການຈັດແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ. ໃນໄລຍະ 5 ປີ ຜ່ານມາ ຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ປ່າໄມ້ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງການເງິນ, ສະໜອງທຶນ ແລະ ໃຫ້ການບໍລິການ ໃນການຄຸ້ມຄອງໂຄງການສາກົນ.

