ກອງປະຊຸມເຜີຍແຜ່ ວິໄສທັດຮອດ 2030 ຍຸດທະສາດການສຶກສາ ແລະ ສ້າງຈິດສຳນຶກ ດ້ານສິ່ງແວດລ້ອມກອງທັບປະຊາຊົນລາວ 2025 – 2030

ກ.ພ. 19, 2025 | ຂ່າວສານ

ໂຄງການສ້າງຈິດສຳນຶກດ້ານປົກປັກຮັກສາສິ່ງແວດລ້ອມ ໃຫ້ກົມກອງທະຫານ ທົ່ວກອງທັບປະຊາຊົນລາວ ໄລຍະທີ 3 ສໍາເລັດ ຈັດກອງປະຊຸມເຜີຍແຜ່ ວິໄສທັດຮອດ 2030 ຍຸດ​ທະ​ສາດ​ການ​ສຶກ​ສາ ແລະ ສ້າງຈິດ​ສຳ​ນຶກ ດ້ານ​ສິ່ງ​ແວດ​ລ້ອມ​ກອງທັບປະຊາຊົນລາວ 2025 – 2030

ຢູ່ ວິທະຍາຄານພະລາທິການກອງທັບ.

———————————————-

ວັນທີ 19 ກຸມພາ 2025 ນີ້ ໂຄງການສ້າງຈິດສຳນຶກດ້ານປົກປັກຮັກສາສິ່ງແວດລ້ອມ ໃຫ້ກົມກອງທະຫານ ທົ່ວກອງທັບປະຊາຊົນລາວ ໄລຍະທີ 3 ສໍາເລັດ ຈັດກອງປະຊຸມເຜີຍແຜ່ ວິໄສທັດຮອດ 2030 ຍຸດ​ທະ​ສາດ​ການ​ສຶກ​ສາ ແລະ ສ້າງຈິດ​ສຳ​ນຶກ ດ້ານ​ສິ່ງ​ແວດ​ລ້ອມ​ກອງທັບປະຊາຊົນລາວ 2025 – 2030 (ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ) ໄດ້ຈັດກອງປະຊຸມເຜີຍແຜ່ ວິໄສທັດຮອດ 2030 ຍຸດ​ທະ​ສາດ​ການ​ສຶກ​ສາ ແລະ ສ້າງຈິດ​ສຳ​ນຶກ ດ້ານ​ສິ່ງ​ແວດ​ລ້ອມ​ກອງທັບປະຊາຊົນລາວ 2025 – 2030  ຂຶ້ນຢູ່ສະໂມສອນວິທະຍາຄານພະລາທິການກອງທັບ ໂດຍການເປັນປະທານຮ່ວມຂອງສະຫາຍ ພັນເອກ ຄຳໄຊ ສະນີແກ້ວ ຮອງຫົວໜ້າກົມວິທະຍາສາດ-ປະຫວັດສາດການທະຫານ ແລະ ສະຫາຍ ພັນເອກ ປອ ປະໂຍທອນ ແກ້ວວິຈິດ ຮອງອຳນວຍການ,ຫົວໜ້າຫ້ອງອົບຮົມ ມີແຂກຖືກເຊີນຈາກຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ກະຊວງຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ, ກົມໂຮງຮຽນ, ກົມອົບຮົມ ກົມໃຫ່ຍເສນາທິການກອງທັບ,  ວິທະຍາຄານກົມມະດຳ, ຄະນະພັກຄະນະບັນຊາພະນັກງານຫຼັກແຫຼ່ງ ຕະຫຼອດຮອດນັກສຶກສາຄູອາຈານຈາກວິທະຍາຄານພະລາ ທິການກອງທັບເຂົ້າຮ່ວມ ແລະ ມີຄະນະຮັບຜິດຊອບຈັດກອງປຊຸມ ພະນັກງານວິຊາການສິ່ງແວດລ້ອມ ກົມວິທະຍາສາດ ປະຫວັດສາດ ການທະຫານ ທັງໝົດ 120 ທ່ານ.

ໃນພິທີ ຕາງໜ້າຈາກຫ້ອງວິທະຍາສາດ-ປະຫວັດສາດ ການທະຫານ ວິທະຍາຄານພະລາທິການກອງທັບ ແລະ ວິທະຍາຄານກົມມະດຳໄດ້ຂື້ນຜ່ານບົດລາຍງານ ການຈັດຕັ້ງປະຕິບັດວຽກງານສິ່ງແວດລ້ອມຂອງສອງວິທະຍາຄານໃນໄລຍະຜ່ານມາ ແລະ ທິດທາງແຜນການເຄື່ອນໄຫວໃນຕໍ່ໜ້າ. ຈາກນັ້ນ, ພັນໂທ ບຸນຍາວົງ ດວງປັນຍາ ຫົວໜ້າພະແນກວິທະຍາສາດສິ່ງແວດລ້ອມ ຫ້ອງວິທະຍາສາດເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ກົມວິທະຍາສາດ-ປະຫວັດສາດການທະຫານ ໄດ້ຂຶ້ນນຳສະເໜີ ວິໄສທັດຮອດ 2030 ຍຸດ​ທະ​ສາດ​ການ​ສຶກ​ສາ ແລະ ສ້າງຈິດ​ສຳ​ນຶກ ດ້ານ​ສິ່ງ​ແວດ​ລ້ອມ​ກອງທັບປະຊາຊົນລາວ 2025 – 2030 ເຊິ່ງໄດ້ເນັ້ນໜັກ ແຜນຍຸດທະສາດທີ່​ຈະ​ເລັ່ງ​ໃສ່ ຮອດ​ປີ 2030 ເຊິ່ງ​ປະ​ກອບ​ມີ 4 ຍຸດ​ທະ​ສາດ, 11 ໜ້າວຽກ​ຈຸດ​ສຸມ ແລະ 22 ກິດ​ຈະ​ກຳ. ຈາກນັ້ນ ຕາງໜ້າຈາກກົມອົບຮົມ ແລະ ກົມໂຮງຮຽນ ກົມໃຫຍ່ເສນາໄດ້ຂຶ້ນປະກອບຄຳເຫັນເຂົ້າໃສ່ແຜນວຽກຈຸດສຸມ ຂອງປຶ້ມວິໃສທັດດັ່ງກ່າວ ຈະໄດ້ນຳເອົາວຽກງານສິ່ງແວດລ້ອມ ກ່ຽວກັບການສ້າງຈິດສຳນຶກ, ລວມທັງຕຳລາການຮຽນ ເຂົ້າບັນຈຸໃສ່ວຽກງານຫັດແອບປະຈຳປີ. ຫຼັງຕາງໜ້າຈາກຫ້ອງກອງທຶນປົກປັກຮັກສາສິ່ງແວດລ້ອມ ໄດ້ຂື້ນນຳສະເໜີ ທີ່ຕັ້ງ, ພາລະບົດບາດຂອງກອງທຶນ, ວິທີເຂົ້າເຖິງແຫຼ່ງທຶນ, ຂັ້ນຕອນການສ້າງເອກະສານ ຕະຫຼອດຮອດການຈັດຕັ້ງປະຕິ ບັດໂຄງການຕົວຈິງ ເພື່ອໃຫ້ສອງວິທະຍາຄານ ນຳໄປຈັດຕັ້ງປະຕິບັດໃຫ້ຖືກຕ້ອງມີປະສິດທິຜົນສູງ.

ໂອກາດນີ້, ສະຫາຍ ພັນເອກ ປອ ປະໂຍທອນ ແກ້ວວິຈິດ ຮອງອຳນວຍການ ຫົວໜ້າຫ້ອງອົບຮົມ ໄດ້ໂອ້ລົມຕໍ່ກອງປະຊຸມວ່າການພັດທະນາວຽກງານການສຶກສາ ແລະ ສ້າງຈິດສຳນຶກດ້ານສິ່ງແວດລ້ອມແມ່ນເປັນວຽກງານໜຶ່ງທີ່ສຳຄັນໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ-ລັດ, ເພື່ອເປັນການປະກອບສ່ວນເຂົ້າໃນແຜນພັດທະນາສຶກສາ ແລະ ສ້າງຈິດສຳນຶກດ້ານສິ່ງແວດລ້ອມແມ່ນເພື່ອຊຸກຍູ້ສົ່ງເສີມໃຫ້ນາຍ ແລະ ພົນທະຫານໃນທົ່ວວິທະຍາຄານພະລາທິການ ແລະ ນັກສືກສາຢູ່ວິທະຍາຄານພະລາທິການກອງທັບໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈ, ມີຄວາມຜິດຊອບໃນການຄຸ້ມຄອງນຳໃຊ້ ຊັບພະຍາກອນທຳມະຊາດຢ່າງສົມເຫດສົມ ຜົນ ແລະ ເພື່ອເປັນບ່ອນອີງໃນການກັບໄປຈັດຕັ້ງປະຕິບັດວຽກງານຕົວຈິງຢູ່ກົມກອງໃຫ້ເປັນກົມກອງສີຂຽວສະອາດຈົບງາມຫຼາຍຂື້ນ.