ວັນທີ 14 ມີນາ 2025 ທີ່ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຊຽງຂວາງ ກອງປະຊຸມ ການລົງຕິດຕາມ-ຊຸກຍູ້ ບົດສະຫຼຸບວຽກງານກວດກາວິຊາການດ້ານສິ່ງແວດລ້ອມປີ 2023 ຕິດຕາມກວດກາການນຳໃຊ້ງົບປະມານປີ 2024 ແນະນຳການຂື້ນແຜນຂໍຄ່ຽນເງິນ ໂດຍການເປັນປະທານຂອງ ທ່ານ ສອນເພັດ ລາພາທອງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຊຽງຂວາງ, ພ້ອມດ້ວຍປະທານຮ່ວມ ທ່ານ ນາງ ວອນມາລີ ມັງໜໍ່ເມກ ຫົວໜ້າພະແນກຄຸ້ມຄອງໂຄງການ ກປສ, ບັນດາເມືອງເຂົ້າຮ່ວມ ຈຳນວນ 7 ເມືອງ: ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງແປກ, ເມືອງຄຳ, ເມືອງໜອງແຮດ, ເມືອງຄູນ, ເມືອງໝອກ, ເມືອງພູກູດ ແລະ ເມືອງຜາໄຊ, ຕາງໜ້າ ພຊສ ແຂວງຊຽງຂວາງ ແລະ ທີມງານຄະນະພະແນກພ້ອມດ້ວຍວິຊາການ ຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ.
ກອງປະຊຸມ ການລົງຕິດຕາມ-ຊຸກຍູ້ ບົດສະຫຼຸບວຽກງານກວດກາວິຊາການດ້ານສິ່ງແວດລ້ອມປີ 2023
