ວັນທີ 17 ມີນາ 2025 ທີ່ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ຫົວພັນ ກອງປະຊຸມ ການລົງຕິດຕາມ-ຊຸກຍູ້ ບົດສະຫຼຸບວຽກງານກວດກາວິຊາການດ້ານສິ່ງແວດລ້ອມປີ 2023 ຕິດຕາມກວດກາການນຳໃຊ້ງົບປະມານປີ 2024 ແນະນຳການຂື້ນແຜນຂໍຄ່ຽນເງິນ ໂດຍການເປັນປະທານຂອງ ທ່ານ ແກ້ວປະສິດ ນຶກມະນີວົງ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ຫົວພັນ ພ້ອມດ້ວຍປະທານຮ່ວມ ທ່ານ ນາງ ອຸລາຣັກ ແສງສິຣິວັນ ຫົວໜ້າພະແນກການເງີນ ກປສ, ໂດຍມີບັນດາເມືອງເຂົ້າຮ່ວມ ຈຳນວນ 10 ເມືອງ ທີ່ຂື້ນກັບ ພຊສ ແຂວງ ຫົວພັນ ແລະ ທີມງານຄະນະພະແນກພ້ອມດ້ວຍວິຊາການ ຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ.
ກອງປະຊຸມ ການລົງຕິດຕາມ-ຊຸກຍູ້ ບົດສະຫຼຸບວຽກງານກວດກາວິຊາການດ້ານສິ່ງແວດລ້ອມປີ 2023
