ປະຊຸມຝຶກອົບຮົມກ່ຽວກັບລະບົບການຄຸ້ມຄອງບັນຊີ ACCPAC,

ມ.ນ. 18, 2025 | ຂ່າວສານ

ຫ້ອງການ ກອງທຶນປົກປັກຮັກສາສີ່ງແວດລ້ອມ ໄດ້ຈັດກອງປະຊຸມຝຶກອົບຮົມກ່ຽວກັບລະບົບການຄຸ້ມຄອງບັນຊີ ACCPAC, ເພື່ອສ້າງຄວາມອາດສາມາດໃນການນຳໃຊ້ລະບົບ ACCPAC ໃຫ້ແກ່ພະນັກງານການເງິນ-ການບັນຊີ ຫກປສ,  ທີມງານໂຄງການ I-GFLL, SU-I-GFLL ແລະ ພະນັກງານ Ebs-UNEP ຂື້ນໃນວັນທີ 27-31 ມັງກອນ 2025 (5 ວັນ) ທີ່ ຫ້ອງປະຊຸມ ຫກປສ. ໂດຍການເປັນປະທານ ຂອງທ່ານ ປອ ບຸນພາມາ ໂພທິສານ ຮອງຫົວໜ້າຫ້ອງການ ກອງທຶນປົກປັກຮັກສາສິ່ງແວດລ້ອມ, ໃນການຝຶກອົບຮົມຄັ້ງນີ້ຍັງໄດ້ມີການປະເມີນຄວາມຮັບຮູ້ ແລະ ເຂົ້າໃຈຂອງຜູ້ເຂົ້າຮ່ວມຝຶກອົບຮົມ ພ້ອມທັງການມອບໃບຢັ້ງຢືນໃຫ້ແກ່ນັກສຳມະນາກອນທຸກທ່ານ ເພື່ອເປັນຢັ້ງຢືນເຖິງຜົນສຳເລັດ.