ພິທີປະກາດການຈັດຕັ້ງຂອງ ຫ້ອງການ ກອງທຶນປົກປັກຮັກສາສິ່ງແວດລ້ອມ

ກ.ພ. 7, 2025 | ຂ່າວສານ

ໃນຕອນເຊົ້າວັນທີ 7 ກຸມພາ 2025 ທີ່ຫ້ອງປະຊຸມ ຫ້ອງການ ກອງທຶນປົກປັກຮັກສາສິ່ງແວດລ້ອມ ໄດ້ຈັດພິທີປະກາດການຈັດຕັ້ງຂອງ ຫ້ອງການ ກອງທຶນປົກປັກຮັກສາສິ່ງແວດລ້ອມ ພາຍໃຕ້ການເປັນປະທານ ຂອງ ທ່ານ ນາງ ທອງຈັນ ອະຄະມະເຂດ, ຄະນະປະຈຳພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ແລະ ປະທານຮ່ວມ ຂອງ ທ່ານ ນາງ ບົວຄຳ ສຸລິວັນ ຫົວໜ້າຫ້ອງການ ກປສ, ມີທ່ານ ຮອງຫົວໜ້າຫ້ອງການ ກປສ, ຄະນະພະແນກ ແລະ ພະນັກງານ ຫກປສ ເຂົ້າຮ່ວມ ລວມຜູ້ເຂົ້າຮ່ວມທັງໝົດ 35 ທ່ານ, ຍິງ 20 ທ່ານ.

                     ຄະນະຈັດຕັ້ງ ຈາກກົມຈັດຕັ້ງ ແລະ ພະນັກງານ ໄດ້ຜ່ານຂໍ້ຕົກລົງ ຂອງປະທານສະພາບໍລິຫານ ກປສ ສະບັບເລກທີ 04, 05, 06/ກປສ.ສພ ຄື: 1) ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຜູ້ຊ່ວຍຄະນະປະທານສະພາບໍລິຫານ ກປສ; 2) ຂໍ້ຕົກລົງວ່າດວ້ຍການແຕ່ງຕັ້ງຮັກສາການແທນ ຫົວໜ້າຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ; 3) ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ຂັ້ນຮອງຫົວໜ້າພະແນກ ຂອງຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ຜ່ານຂໍ້ຕົກລົງຂອງລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສະບັບເລກທີ 0113/ກຊສ ວ່າດ້ວຍການຊັບຊ້ອນ, ຍົກຍ້າຍ ພະນັກງານ-ລັດຖະກອນ ໄປປະຈຳການຢູ່ບ່ອນໃໝ່

                ພາຍຫຼັງຄະນະຈັດຕັ້ງໄດ້ຜ່ານຂໍ້ຕົກລົງແລ້ວ ທ່ານ ນາງ ທອງຈັນ ອະຄະມະເຂດ ຄະນະປະຈຳພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຂຶ້ນມອບຂໍ້ຕົກລົງດັ່ງກ່າວໃຫ້ແກ່ຜູ້ທີ່ມີລາຍຊື່, ຫຼັງຈາກນັ້ນໄດ້ມີການເຊັນບົດບັນທຶກມອບ-ຮັບໜ້າວຽກ ລະຫວ່າງທ່ານ ນາງ ບົວຄຳ ສຸລິວັນ ອາດີດຫົວໜ້າຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ທ່ານ ປອ ນາງ ບຸນພາມາ ໂພທິສານ ຮັກສາການຫົວໜ້າຫ້ອງການກອງທຶນປົກປັກຮັກສາ. ພາຍຫຼັງສຳເລັດການເຊັນບົດບັນທຶກແລ້ວ ທ່ານ ນາງ ທອງຈັນ ອະຄະມະເຂດ ໄດ້ໃຫ້ກຽດມີຄຳເຫັນໃຫ້ແຕ່ລະທ່ານທີ່ໄດ້ຮັບຕຳແໜ່ງໃໝ່ ຊຶ່ງໃນນີ້ທ່ານໄດ້ອະທິບາຍລະອຽດທາງດ້ານລະບຽບຫຼັກການ, ຂັ້ນຕອນໃນການສະເໜີຮັບຮອງ ແລະ ການດຳເນີນການປະກາດເປັນທາງການ, ທ່ານຍັງໄດ້ເນັ້ນໜັກໃຫ້ທ່ານຮັກສາການເອົາໃຈໃສ່ເຕົ້າໂຮມ ແລະ ສ້າງຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນຂຶ້ນເລື້ອຍໆ, ເພີ່ມທະວີວຽກງານການເມືອງ-ແນວຄິດກັບພະນັກງານໃຫ້ເປັນປົກກະຕິ ແລະ ຕໍ່ເນື່ອງ, ສືບຕໍ່ນຳພາຊີ້ນຳວຽກງານວິຊາສະເພາະໃຫ້ສຳເລັດແຜນການທີ່ວາງໄວ້. ສຳລັບຂັ້ນພະແນກທີ່ຍ້າຍມາປະຈຳການໃໝ່ ກໍໃຫ້ເອົາໃຈໃສ່ປະຕິບັດວຽກງານຕາມແຜນການຂອງ ຫກປສ ກຳນົດໄວ້ ແລະ ເປັນກຳລັງແຮງຊ່ວຍຄະນະຫ້ອງການ ກປສ ໃນການປະຕິບັດຄາດໝາຍຕ່າງໆໃຫ້ບັນລຸຕາມແຜນການ ແລະ ສຳລັບຜູ້ທີ່ຖືກແຕ່ງຕັ້ງເປັນຮອງພະແນກຄົນໃໝ່ ກໍໃຫ້ສຶກສາແບບແຜນການເຮັດວຽກ ຂອງຄະ ນະພະແນກແຕ່ລະທ່ານ ເພື່ອນຳມາປັບປຸງເຂົ້າໃນແບບແຜນການເຮັດວຽກຂອງຕົນ ພ້ອມທັງເພີ່ມທະວີຄວາມຫ້າວຫັນໃນການປະຕິບັດວຽກງານໃຫ້ດີຂຶ້ນກວ່າເກົ່າ, ພັດທະນາ ແລະ ເພີ່ມທັກສະໃນການປະຕິບັດວຽກງານໃຫ້ມີຄວາມວ່ອງໄວ, ມີຄຸນນະພາບ ແລະ ຖືກຕ້ອງຕາມລະບຽບການ. ນອກນັ້ນ, ທ່ານ ນາງ ບົວຄຳ ສຸລິວັນ ຍັງໄດ້ປະ ກອບຄຳເຫັນແລກປ່ຽນກັບຜູ້ຮັກສາການ ຫກປສ ໃນການຈັດຕັ້ງປະຕິບັດວຽກງານ, ໃຫ້ຄຳແນະນຳໃນເວລາພົບຄວາມຫຍຸ້ງຍາກໃນວຽກງານ ແລະ ໃຫ້ກຳລັງໃຈພະນັກງານ ໃນເວລາພົບອຸປະສັກຕ່າງໆ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ພະນັກງານໃນການນຳພາ-ຊີ້ນຳວຽກງານ ແລະ ໃນວາລະສຸດທ້າຍ ທ່ານ ປອ ນາງ ບຸນພາມາ ໂພທິສານ ໄດ້ຂຶ້ນກ່າວຮັບໜ້າທີ່ ແລະ ຮັບເອົາຄຳເຫັນຊີ້ນຳຈາກ ຄະນະປະທານທັງສອງທ່ານ ພ້ອມທັງໃຫ້ຄຳສັນຍາວ່າຈະສືບຕໍ່ປະຕິວັດໜ້າທີ່ວຽກງານຕາມທິດທາງ ແລະ ເປົ້າໝາຍ ຂອງ ຫກປສ ກໍຄືທິດທາງຂອງ ກຊສ ວາງອອກໃຫ້ໄດ້ຮັບຜົນສຳເລັດ ແລະ ມີຄຸນນະພາບສູງ.