ຫນັງສືເຊີນເຂົ້າຮ່ວມການປະມູນສົມທຽບລາຄາ
| ເຖີງ: | ບໍລິສັດ/ຮ້ານ |
| ວັນທີ: | 06 ມິຖຸນາ 2017 |
- ກອງທຶນປົກປັກຮັກສາສິ່ງແວດລ້ອມ (ກປສ) ໄດ້ຮັບທຶນຊ່ວຍເຫລືອຈາກ ທະນະຄານໂລກ ປະຈຳສົກປີງົບປະມານ 2017 ເພື່ອຈັດຕັ້ງປະຕິບັດ ໂຄງການສິ່ງແວດລ້ອມ ແລະ ສັງຄົມ (ຄສລ2) ແລະ ມີຈຸດປະສົງນຳໃຊ້ງົບປະມານສ່ວນໜຶ່ງ ເພື່ອດຳເນີນການປະມູນຈັດຊື້ ເຄື່ອງອຸປະກອນພາກສະໜາມ ແລະເຄື່ອງ ໄອທີ ເພືອປະກອບໃຫ້ໂຄງການຍອ່ຍປະຈຳຂະແໜງຄຸ້ມຄອງຊັບພະຍາກອນປ່າໄມ້ປະຈຳແຂວງ ຫົວພັນ ແລະ ຫລວງພະບາງ (ພະແນກຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມແຂວງ) ດ້ວຍການສະເຫນີໃຫ້ຍື່ນການສົມທຽບລາຄາ.
- ກອງທຶນປົກປັກຮັກສາສິ່ງແວດລ້ອມ ຂໍເຊີນບໍລິສັດທີ່ສົນໃຈ ແລະ ມີຄວາມເໝາະສົມເຂົ້າຍື່ນຊອງສົມທຽບລາຄາ ສຳລັບການສະໜອງ ເຄື່ອງອຸປະກອນພາກສະໜາມ ແລະເຄື່ອງໄອທີ (ໄລຍະເວລາ ໃນການສົ່ງມອບແມ່ນ 30 ວັນພາຍຫລັງເຊັນສັນຍາ)
- ການປະມູນນີ້ ຈະດຳເນີນຕາມຂັ້ນຕອນການປະມູນສົມທຽບລາຄາ ທີ່ໄດ້ກຳນົດໄວ້ຢູ່ໃນດຳລັດວ່າດ້ວຍການປະມູນຈັດຊື້ ສິນຄ້າ, ການກໍ່ສ້າງ ສ້ອມແປງ ແລະການບໍລິການ ດ້ວຍທຶນຂອງລັດ, ສະບັບເລກທີ 03/ນຍ, ລົງວັນທີ 9 ມັງກອນ 2004 ແລະລະບຽບການຈັດຕັ້ງປະຕິບັດດຳລັດ, ສະບັບເລກທີ 063/ກງ, ລົງວັນທີ 12 ມີນາ 2004 ແລະ ລະບຽບການຈັດຕັ້ງປະຕິບັດດຳລັດ, ສະບັບເລກທີ 063/ກງ, ລົງວັນທີ 12 ມີນາ 2004 ແລະສະບັບດັດແກ້ເລກທີ 0861/ກງ, ລົງວັນທີ 05 ພຶດສະພາ 2009.
- ພົວພັນເອົາເອກະສານ ທີ່ ກອງທຶນປົກປັກຮັກສາສິ່ງແວດລ້ອມ. ຊອງສະເຫນີລາຄາ ຈະຕ້ອງສົ່ງກ່ອນ 14 : 00 ໂມງ ສຳລັບເຄື່ອງພາກສະໜາມ ແລະ 15:00 ໂມງ ສຳລັບເຄື່ອງໄອທີ ຂອງວັນທີ 28 ມິຖຸນາ 2017 ທີ່ກອງທຶນປົກປັກຮັກສາສິ່ງແວດລ້ອມ, ຊັ້ນ 2 ຕຶກ 100, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ນະຄອນຫລວງວຽງຈັນ, ຕູ້ ປ.ນ : 7647, ໂທລະສັບ: 021 252 739 ແຟັກ: 021 252 741. ຊອງປະມູນທີ່ສົ່ງຊ້າກ່ອນກໍານົດຈະບໍ່ໄດ້ຮັບເອົາ ແລະ ຈະຖືກສົ່ງຄືນໂດຍບໍ່ມີການເປີດຊອງ. ການເປີດຊອງແມ່ນຈະເປີດໂດຍຊ້ອງຫນ້າຄະນະກໍາມະການຈັດຊື້ ແລະ ຕົວແທນຂອງຜູ້ເຂົ້າຮ່ວມແຂ່ງຂັນທີ່ສົນໃຈເຂົ້າຮ່ວມນໍາ.
