ຫນັງສືເຊີນເຂົ້າຮ່ວມການປະມູນສົມທຽບລາຄາ
ຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ (ຫກປສ) ໄດ້ຮັບອະນຸມັດງົບປະມານຈຳສົກປີ 2017 ຈາກ ທະນາຄານໂລກ ເພື່ອຈັດຕັ້ງປະຕິບັດ ໂຄງການສິ່ງແວດລ້ອມ ແລະ ສັງຄົມໄລຍະ 2. ຫກປສ ມີຄວາມປະສົງ ນຳໃຊ້ງົບປະມານສ່ວນໜຶ່ງ ດຳເນີນການປະມູນຈັດຊື້ ອຸປະກອນໄອທີ ແລະ ບໍລິການທີ່ກ່ຽວພັນ ດ້ວຍການສະເຫນີໃຫ້ຍື່ນການສົມທຽບລາຄາ.
| ລ/ດ |
ຊື່ຂອງສິນຄ້າ ແລະ ລາຍລະອຽດ ຂອງສິນຄ້າ |
ຫົວຫນ່ວຍ |
ຈຳນວນ |
| 1 |
Laptop |
ຊຸດ |
5 |
| 2 |
LCD projector |
ຊຸດ |
2 |
| 3 |
Black and white Printer |
ຊຸດ |
1 |
| 4 |
Digital conference system |
ຊຸດ |
1 |
| 5 |
Motorized projection screen |
ຊຸດ |
1 |
- 2. ຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ຂໍເຊີນ ບໍລິສັດ ຂອງທ່ານເຂົ້າຍື່ນຊອງສົມທຽບລາຄາ ສຳລັບ ການສະໜອງ ອຸປະກອນໄອທີ ແລະ ບໍລິການທີ່ກ່ຽວພັນ, ໄລຍະເວລາ ໃນການສົ່ງມອບແມ່ນ 30 ວັນ.
- 3. ການປະມູນນີ້ ຈະດຳເນີນຕາມຂັ້ນຕອນການປະມູນສົມທຽບລາຄາ ທີ່ໄດ້ກຳນົດໄວ້ຢູ່ໃນດຳລັດວ່າດ້ວຍການປະມູນຈັດຊື້ສິນຄ້າ, ການກໍ່ສ້າງສ້ອມແປງ ແລະ ການບໍລິການ ດ້ວຍທຶນຂອງລັດ, ສະບັບເລກທີ 03/ນຍ, ລົງວັນທີ 9 ມັງກອນ 2004 ແລະ ລະບຽບການຈັດຕັ້ງປະຕິບັດ ດຳລັດ, ສະບັບເລກທີ 063/ກງ, ລົງວັນທີ 12 ມີນາ 2004 ແລະ ລະບຽບການຈັດຕັ້ງປະຕິບັດດຳລັດ, ສະບັບເລກທີ 063/ກງ,ລົງວັນທີ 12 ມີນາ 2004 ແລະ ສະບັບດັດແກ້ເລກທີ 0861/ກງ, ລົງວັນທີ 05 ພຶດດສະພາ 2009.
- 4. ບໍລິສັດ ທີ່ມີຄຸນນະວຸດທິເຫມາະສົມ ສົນໃຈ ແລະ ຕ້ອງການເອກະສານປະມູນຄົບຊຸດ ສາມາດຕິດຕໍ່ ພົວພັນໄດ້ ໂດຍຍື່ນຫນັງສືສະເຫນີຫາ ຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ຕາມທີ່ຢູ່ຂ້າງລຸ່ມ, ເລີ້ມແຕ່ວັນທີ 2 ມີນາ 2017 ເປັນຕົ້ນໄປ.
- 5. ຊອງສະເຫນີລາຄາ ຈະຕ້ອງສົ່ງກ່ອນ ເວລາ 10:00 ໂມງຕອນເຊົ້າ ຂອງວັນທີ 16 ມີນາ 2017 ຢູ່ທີ່ຫ້ອງການ ກອງທຶນປົກປັກຮັກສາສິ່ງແວດລ້ອມ, ເຂດນາໄຮ່ດຽວ, ຕຶກ ກຊສ 100, ຊັ້ນ 2, ນະຄອນຫຼວງວຽງຈັນ, ໂທ : 021 252 739, ແຟກ: 021 252 741.
|
Download Document: G03.2_IT equipment