ພິທີເຊັນສັນຍາສະໜອງທຶນ ລະຫວ່າງ ກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ໂຄງການຍ່ອຍທີ່ໄດ້ຮັບທຶນຈາກກອງທຶນປົກປັກຮັກສາສິ່ງແວດລ້ອມ

ຕ.ລ. 30, 2024 | ຂ່າວສານ

ພິທີເຊັນສັນຍາສະໜອງທຶນ ລະຫວ່າງ ກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ໂຄງການຍ່ອຍທີ່ໄດ້ຮັບທຶນຈາກກອງທຶນປົກປັກຮັກສາສິ່ງແວດລ້ອມ

ໃນຕອນບ່າຍ ຂອງວັນທີ 22 ຕຸລາ 2024 ທີ່ຜ່ານມາ ໄດ້ມີພິທີເຊັນສັນຍາສະໜອງທຶນ ລະຫວ່າງ ກອງທຶນປົກປັກຮັກສາສິ່ງແວດລ້ອມ (ກປສ) ແລະ ຜູ້ຮັບທຶນຈາກ ພະແນກກະສິກຳ ແລະ ປ່າໄມ້ ແຂວງຜົງສາລີ, ກອງກວດກາປ່າໄມ້, ພະແນກກະສິກຳ ແລະ ປ່າໄມ້ ແຂວງໄຊຍະບູລີ, ກອງຄຸ້ມຄອງປ່າສະຫງວນ ແລະ ປ່າປ້ອງກັນ, ພະແນກກະສິກຳ ແລະ ປ່າໄມ້ ແຂວງຄຳມ່ວນ, ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ຫຊສ) ເມືອງຮົ່ມ ແຂວງໄຊສົມບູນ, ກົມສິ່ງແວດລ້ອມ (ກສລ), ກົມທີ່ດິນ (ກທດ), ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງປາກອູ່ ແຂວງຫຼວງພະບາງ, ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ລວມທັງໝົດ 8 ໂຄງການ. ພິທີດັ່ງກ່າວແມ່ນໄດ້ຈັດຂື້ນທີ່ ຫ້ອງປະຊຸມ ຫ້ອງການ ກປສ ໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານ ໂດຍ ທ່ານ ຈັນທະເນດ ບົວລະພາ ຮອງລັດຖະມົນຕີ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ), ພ້ອມດ້ວຍ ຄະນະວິຊາການ ກປສ, ບັນດາຫົວໜ້າ ແລະ ຮອງຫົວໜ້າກົມ ຈາກກົມກອງທີ່ກ່ຽວຂ້ອງ ລວມໄປເຖິງ ຄະນະຊີ້ນໍາໂຄງການ ແລະ ຫົວໜ້າໂຄງການ ເພື່ອເຂົ້າຮ່ວມເປັນສັກຂີພິຍານ.
ໃນພິທີເຊັນສັນຍາດັ່ງກ່າວໃຫ້ກຽດລົງນາມເຊັນສັນຍາໂດຍ ທ່ານ ນາງ ບົວຄໍາ ສຸລິວັນ, ຫົວໜ້າຫ້ອງການ ກປສ (ຕາງໜ້າຜູ້ໃຫ້ທຶນ) ແລະ ຜູ້ຕາງໜ້າຈາກ 8 ໂຄງການ ທີ່ໄດ້ຮັບທຶນ ຄື:

1) ໂຄງການ ອະນຸລັກຊີວະນາໆພັນໃນເຂດປ່າສະຫງວນນໍ້າລານ ເມືອງ ບຸນໃຕ້, ແຂວງຜົ້ງສາລີ ງົບປະມານ 800,00,000 ກີບ, ຊື່ງຈັດຕັ້ງປະຕິບັດ ໂຄງການໂດຍ ພະແນກກະສິກຳ ແລະ ປ່າໄມ້ ແຂວງຜົ້ງສາລີ;
2) ໂຄງການ ຈັດຕັ້ງປະຕິບັດບັງຄັບໃຊ້ກົດໝາຍສັດນໍ້າ ສັດປ່າທີ່ຫາຍາກ ກະທິງ,ເມີຍ, ໝີ,ທະນີມືຂາວ ແລະ ຊີວະນາພັນ ໃນ 3 ເມືອງ (ເມືອງ ໄຊສະຖານ, ເມືອງບໍ່ແຕນ ແລະ ເມືອງແກ່ນທ້າວ), ແຂວງໄຊຍະບູລີ ງົບປະມານ 699,000,000 ກີບ, ຊື່ງຈັດຕັ້ງປະຕິບັດ ໂຄງການໂດຍ ກອງກວດກາປ່າໄມ້, ພະແນກກະສິກຳ ແລະ ປ່າໄມ້ ແຂວງໄຊຍະບູລີ;
3) ໂຄງການ ອະນຸລັກ ຂະຍຸ ແບບມີສ່ວນຮ່ວມຂອງປະຊາຊົນ ເມືອງຍົມມະລາດ, ເມືອງທ່າແຂກ, ເມືອງມະຫາໄຊ ແຂວງຄໍາມ່ວນ ງົບປະມານ 800,000,000 ກີບ, ຊື່ງຈັດຕັ້ງປະຕິບັດ ໂຄງການໂດຍ ກອງຄຸ້ມຄອງປ່າສະຫງວນ ແລະ ປ່າປ້ອງກັນ, ພະແນກກະສິກຳ ແລະ ປ່າໄມ້ ແຂວງຄຳມ່ວນ;
4) ໂຄງການ ປູກຈິດສໍານຶກປົກປັກຮັກສາສິ່ງແວດລ້ອມ ແລະ ນິຕິກຳກ່ຽວຂ້ອງໃຫ້ ແກ່ພະນັກງານ-ລັດຖະກອນ, ຄູອາຈານ, ນັກຮຽນ ແລະ ພໍ່ແມ່ປະຊາຊົນ ບັນດາເຜົ່າຊາວເມືອງຮົ່ມ, ແຂວງ ໄຊສົມບູນ ງົບປະມານ 299,482,000 ກີບຊື່ງຈັດຕັ້ງປະຕິບັດ ໂຄງການໂດຍ ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງຮົ່ມ ແຂວງໄຊສົມບູນ;
5) ໂຄງການ ເຜີຍແຜ່, ຈັດຕັ້ງຜັນຂະຫຍາຍ ກົດໝາຍ ວ່າດ້ວຍການປົກປັກຮັກສາ ສິ່ງແວດລ້ອມ ແລະ ປັບປຸງນິຕິກຳລຸ່ມກົດໝາຍ ງົບປະມານ 799,850,000 ກີບ, ຊື່ງຈັດຕັ້ງປະຕິບັດ ໂຄງການໂດຍ ກົມສິ່ງແວດລ້ອມ ກຊສ;
6)ໂຄງການ ປະເມີນລາຄາທີ່ດິນຄືນໃໝ່ ຢູ່ 5 ແຂວງ 46 ເມືອງ ຂອງ ຂະແໜງ ຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມ ງົບປະມານ 799,925,000 ກີບ, ຊື່ງຈັດຕັ້ງປະຕິບັດ ໂຄງການໂດຍ ກົມທີ່ດິນ ກຊສ ;
7)ໂຄງການ ສົ່ງເສີມການປົກປັກຮັກສາສິ່ງແວດລ້ອມ ກຳຈັດສິ່ງເສດເຫຼືອໃນ ເທດສະບານເມືອງ ໂດຍການມີສ່ວນຮ່ວມຂອງຊຸມຊົນໃນເມືອງປາກອູ ແຂວງ ຫຼວງພະບາງ ງົບປະມານ 500,000,000 ກີບ, ຊື່ງຈັດຕັ້ງປະຕິບັດ ໂຄງການໂດຍ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງປາກອູ່ ແຂວງຫຼວງພະບາງ;
8)ໂຄງການ ປູກຈິດສໍານຶກໃຫ້ແກ່ຊາວໜຸ່ມ-ເຍົາວະຊົນ, ບ້ານ ແລະ ປະຊາຊົນ ໃນ ການປົກປັກຮັກສາສິ່ງແວດລ້ອມ ແລະ ກຳຈັດຂີ້ເຫຍື້ອໃຫ້ສະອາດ, ງາມຕາ ງົບປະມານ 500,000,000 ກີບ, ຊື່ງຈັດຕັ້ງປະຕິບັດ ໂຄງການໂດຍ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ.

ໂອກາດດຽວກັນນີ້ ທ່ານ ປະທານ ຍັງໄດ້ຮຽກຮອງໃຫ້ທຸກພາກສ່ວນທີ່ໄດ້ຮັບທຶນພາຍໃນ ຄັ້ງນີ້ ເອົາໃຈໃສ່ມີຄວາມຮັບຜິດຊອບສູງໃນການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດໂຄງການໃຫ້ສອດຄ່ອງກັບເປົ້າໜາຍ, ຈຸດປະສົງຂອງໂຄງການ ແລະ ລະບຽບການນໍາໃຊ້ທຶນຂອງກອງທຶນ ໂດຍໃຫ້ແຕ່ງຕັ້ງຄະນະທີມງານຮັບຜິດຊອບໂຄງການສະເພາະ, ຕ້ອງມີ ການລາຍງານຄວາມຄືບໝ້າ, ສະຫຼຸບລາຍຈ່າຍ ພ້ອມທັງ ລາຍງານຕາມລະບຽບການ ຂອງ ກປສ ກໍານົດໄວ້.