
ກອງປະຊຸມຄະນະວິຊາການ ກອງທຶນປົກປັກຮັກສາສິ່ງແວດລ້ອມ ຄັ້ງທີ XXXI ໄດ້ຈັດຂຶ້ນໃນວັນທີ 19 ທັນວາ 2024 ເວລາ 08:30 ໂມງ, ທີ່ຫ້ອງປະຊຸມ ຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ, ໂດຍການເປັນປະທານຂອງ ທ່ານ ນ. ພັກກາວັນ ພິດສະໄໝ ຫົວໜ້າຄະນະວິຊາການ ກອງທຶນປົກປັກຮັກສາສິ່ງແວດລ້ອມ, ມີຄະນະວິຊາການ, ຄະນະຫ້ອງການ ກປສ ພ້ອມດ້ວຍ ວິຊາການ ຫກປສ ແລະ ພາກສ່ວນສະເໜີຂໍນໍາໃຊ້ທຶນ (ເຂົ້າຮ່ວມຜ່ານລະບົບອອນລາຍ)
ຈາກນັ້ນກໍ່ໄດ້ລາຍງານການເຄື່ອນ ໄຫວວຽກງານຂອງ ກປສ 6 ເດືອນຕົ້ນປີ ແລະ ທິດທາງແຜນການ ໄຕມາດ III ປີ 2024, ກອງປະຊຸມໃນຄັ້ງນີ້ໄດ້ພິຈາລະນາຄົ້ນຄວ້າ ບົດສະເໜີໂຄງການທີ່ສະເໜີຂໍນໍາໃຊ້ທຶນພາຍໃນ ກອງທຶນປົກປັກຮັກສາສິ່ງແວດລ້ອມ ຈໍານວນ 11 ໂຄງການ. ໃນນີ້ນອນໃນ 4 ຮ່ວງທຶນ: ດ້ານອະນຸລັກຊີວະນາໆພັນລວມທັງປ່າໄມ້ ແລະ ພັດທະນາຊຸມຊົນ, ດ້ານນະໂຍບາຍ ແລະ ສ້າງຄວາມເຂັ້ມແຂງດ້ານສິ່ງແວດລ້ອມ, ດ້ານສິ່ງແວດລ້ອມ ລວມທັງການຄວບຄຸມມົນລະພິດ, ການຄຸ້ມຄອງທີ່ດິນແບບຍືນຍົງ ເພື່ອແນ່ໃສ່ ເຮັດໃຫ້ການສະໜອງທຶນສອດຄ່ອງຕາມນະໂຍບາຍການສະໜອງທຶນຂອງ ກປສ.

