ໃນຕອນເຊົ້າຂອງ ວັນທີ 9 ມັງກອນ 2025 ໄດ້ຈັດກອງປະຊຸມ ປຶກສາຫາລື ແລະ ນຳສະເໜີຄວາມຄືບໜ້າກ່ຽວກັບການກະກຽມໂຄງການຄຸ້ມຄອງມົນລະພິດ ແລະ ສິ່ງເສດເຫຼືອ (PWMP) ທີ່ຫ້ອງປະຊຸມ ຫ້ອງການ ກອງທຶນປົກປັກຮັກສາສິ່ງແວດລ້ອມ. ໂດຍການເປັນປະທານ ຂອງ ທ່ານ ປອ ນາງ ບຸນຄຳ ວໍລະຈິດປະທານສະພາບໍລິຫານ ກອງທຶນປັກປັກຮັກສາສິ່ງແວດລ້ອມ, ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ເຂົ້າຮ່ວມກອງປະຊຸມປະກອບມີ ທ່ານຮອງປະທານ ສະພາບໍລິຫານ ກປສ, ກົມແຜນການ ແລະ ການເງິນ ກຊສ, ກົມກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກຊສ, ກົມເຄຫາ ແລະ ຜັງເມືອງ ກະຊວງໂຍທາທທິການ ແລະ ຂົນສົ່ງ, ກົມສິ່ງແວດລ້ອມ ກຊສ, ຕາງໜ້າຈາກກົມການເງິນຕ່າງປະເທດ ກະຊວງການເງິນ, ຄະນະຫ້ອງການ ກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ພາກສ່ວນທີ່ກ່ຽວຂ້ອງ, ເຂົ້າຮ່ວມທັງໝົດ ຈຳນວນ 30 ທ່ານ.
ກອງປະຊຸມ ປຶກສາຫາລື ແລະ ນຳສະເໜີຄວາມຄືບໜ້າກ່ຽວກັບການກະກຽມໂຄງການຄຸ້ມຄອງມົນລະພິດ ແລະ ສິ່ງເສດເຫຼືອ (PWMP)
