ກອງປະຊຸມແລກປ່ຽນບົດຮຽນ ແລະ ຖອດຖອນບົດຮຽນກ່ຽວກັບການຈັດຕັ້ງພາລະບົດບາດຂອງກອງທຶນຕ່າງໆ ຂອງ່ລັດ ຢູ່ ສປປ ລາວ

ກ.ພ. 24, 2025 | ຂ່າວສານ

ໃນຕອນເຊົ້າວັນທີ 24 ກຸມພາ 2025 ໄດ້ຈັດກອງປະຊຸມແລກປ່ຽນບົດຮຽນ ແລະ ຖອດຖອນບົດຮຽນກ່ຽວກັບການຈັດຕັ້ງພາລະບົດບາດຂອງກອງທຶນຕ່າງໆ ຂອງ່ລັດ ຢູ່ ສປປ ລາວ, ສິ່ງທ້າທ້າຍ ແລະ ວິທີການແກ້ໄຂຕໍ່ກັບການປັບປຸງການລະດົມທຶນ ແລະ ການນຳໃຊ້ທຶນ, ໂດຍການເປັນປະທານ ປອ ນ. ບຸນພາມາ ໂພທິສານ ຮັກສາການຫົວໜ້າຫ້ອງການ ກອງທຶນປົກປັກຮັກສາສິ່ງແວດລ້ອມ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ນາງ ແກ້ວໄພວັນ ດວງສະຫວັນ ຫ້ອງການສະພາວິທະຍາສາດແຫ່ງຊາດ ກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ກະຊວງສຶກສາທິການ ແລະ ກິລາ, , ທ່ານ ປະລິນຍາ ພົມມະວິເສດ ຮັກສາການຫົວໜ້າຫ້ອງການ ກອງເລຂາກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດີຈີຕ້ອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຕາງໜ້າຈາກກອງເລຂາກອງທຶນທາງ, ກະຊວງໂຍທາທິການ ແລະ ຂົນສົ່ງ, ກອງທຶນປົກປັກຮັກສາປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້, ຜູ້ຕາງໜ້າຈາກກອງທຶນວິສາຫະກິດຂະໜາດນ້ອຍ ແລະ ກາງ SME ແລະ ຄະນະພະແນກ ກປສ ເຂົ້າຮ່ວມ