ໃນວັນທີ 31 ກໍລະກົດ 2025 ພິທີມອບ-ຮັບ ການຈັດຊື້ເຄື່ອງອຸປະກອນໄອທີໃຫ້ແກ່ ໂຄງການສ້າງຄວາມທົນທານ ຂອງປະຊາກອນໃນຕົວເມືອງ ເພື່ອປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ໂດຍການຄຸ້ມຄອງ ແລະ ນໍາໃຊ້ທ່າແຮງຂອງລະບົບນິເວດ ຢູ່ ສປປ ລາວ (Building resilience of urban populations with ecosystem-based solution in Lao PDR) ຫຼື Urban EbS ໂດຍທ່ານ ພັດນາຄອນ ຫົວໜ້າຫ້ອງການ ກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ປ່າໄມ້, ທີ່ຈັດຕັ້ງປະຕິບັດໂດຍ ກົມຄຸ້ມຄອງການປ່ຽນແປງດິນຟ້າອາກາດ(ຊື່ເກົ່າ) ເພື່ອມອບໃຫ້ກັບແຂວງເປົ້າໝາຍໃນການນຳໃຊ້ເຂົ້າໃນກິດຈະກຳ ປະກອບມີ: ແຂວງ ບໍລິຄຳໄຊ, ສະຫວັນນະເຂດ ແລະ ຈຳປາສັກ ທັງ ໂຄງການຢູ່ສູນກາງ. ລວມມູນຄ່າທັງໝົດ ຈຳນວນ 44,120.79 USD


