ກອງປະຊຸມໃຫຍ່ໜ່ວຍພັກຮາກຖານຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ປ່າໄມ້ ຄັ້ງທີ I

ທ.ວ. 16, 2025 | ຂ່າວສານ, ຂ່າວສານ 3 ອົງການຈັດຕັ້ງ

ໃນຕອນເຊົ້າວັນທີ 15 ທັນວາ 2025 ໄດ້ຈັດກອງປະຊຸມໃຫຍ່ໜ່ວຍພັກຮາກຖານຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ປ່າໄມ້ ຄັ້ງທີ I ຂອງຕົນຂຶ້ນ ທີ່ຫ້ອງປະຊຸມຂອງຫ້ອງການກອງທຶນ ໂດຍການເປັນປະທານຂອງ ສະຫາຍ ພັດນະຄອນ ຄັນທະມີໄຊ ເລຂາໜ່ວຍພັກຮາກຖານປົກປັກຮັກສາສິ່ງແວດລ້ອມ ແລະ ປ່າໄມ້. ເປັນກຽດເຂົ້າຮ່ວມໂດຍ ສະຫາຍ ປອ ນ. ຈັນທະຄອນ ບົວລະພັນ ຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງ ແວດລ້ອມ ແລະ ສະຫາຍ ສົມຫວັງ ພີມມະສອນ ຮອງຫົວໜ້າກົມກວດກາ ຕາງໜ້າຄະນະບຸກຄະລາກອນຂັ້ນກະຊວງ. ມີສະຫາຍຮອງເລຂາໜ່ວຍພັກຮາກຖານ, ບັນດາສະຫາຍໃນໜ່ວຍພັກຮາກຖານ, ສະມາຊິກພັກສົມ ບູນ-ສໍາຮອງ ແລະ ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມຈຳນວນ 24 ສະຫາຍ ຍິງ 16 ສະຫາຍ.

ກອງປະຊຸມໃຫຍ່ ໜ່ວຍພັກຮາກຖານຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ປ່າໄມ້ ແມ່ນໄດ້ຮັບຟັງການຜ່ານບົດລາຍງານການເມືອງການໃນການຈັດຕັ້ງປະຕິບັດວຽກງານໃນໄລຍະ 5 ປີຜ່ານມາ (2021-2025) ຊຶ່ງເນື້ອໃນດັ່ງກ່າວ ໄດ້ສ່ອງແສງໃຫ້ເຫັນຜົນງານດ້ານຕັ້ງໜ້າ, ດ້ານອ່ອນ-ຂໍ້ຄົງຄ້າງ ຂອງໜ່ວຍພັກຮາກຖານ ໂດຍສະເພາະ ແມ່ນການຈັດຕັ້ງປະຕິບັດ ໜ້າທີ່ການເມືອງຂອງຕົນ ໃນດ້ານຕ່າງໆ; ພ້ອມກັນນັ້ນ, ຍັງໄດ້ຕີລາຄາບັນດາສາເຫດທີ່ພາໃຫ້ມີດ້ານດີ-ດ້ານອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້. ສະຫຼຸບແຜນການ 5 ປີ ພ້ອມທັງຄາດໝາຍສູ້ຊົນ ຂອງໜ່ວຍພັກຮາກຖານ. ຜ່ານບົດສໍາຫຼວດການນໍາພາລວມ ຂອງໜ່ວຍພັກຮາກຖານ. ກອງປະຊຸມໄດ້ເປັນເອກະພາບ ມີປະຊາທິປະ ໄຕ ປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຮາກຖານສະໄໝທີ I ຈໍານວນ 3 ສະຫາຍ, ໃນຈໍານວນຜູ້ລົງສະໝັກເລືອກຕັ້ງຈໍານວນ 5 ສະຫາຍ. ຊື່ງຜົນການປ່ອນບັດເລືອກໄດ້:

1). ສະຫາຍ ພັດນະຄອນ ຄັນທະມີໄຊ ເປັນເລຂາໜ່ວຍພັກຮາກຖານ,

2). ສະຫາຍ ນ. ຄຳຟອງ ໂສຕາປະເສີດ ເປັນຮອງເລຂາໜ່ວຍພັກຮາກຖານ

3). ສະຫາຍ ບຸນປະກອນ ພົງພິຈິດ ເປັນປະທານກວດກາໜ່ວຍພັກຮາກຖານ;

ໃນຕອນທ້າຍ ສະຫາຍ ປອ ນ. ຈັນທະຄອນ ບົວລະພັນ ຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ໃຫ້ກຽດໂອ້ລົມຕໍ່ຄະນະໜ່ວຍພັກຮາກຖານຊຸດໃໝ່ ຈົ່ງເອົາໃຈໃສ່ສຶກສາອົບຮົມນໍາພາດ້ານການ ເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ແລະ ອົງການຈັດຕັ້ງມະຫາຊົນ ໃຫ້ມີຄວາມຮັບຮູ້ເຂົ້າໃຈເລິກເຊິ່ງ ກໍາແໜ້ນຕໍ່ແນວທາງນະໂຍບາຍຂອງພັກ, ມີການແບ່ງວຽກງານໜ້າທີ່ຮັບຜິດຊອບຢ່າງລະອຽດຈະແຈ້ງ ແລະ ເອົາໃຈ ໃສ່ບໍາລຸງກໍ່ສ້າງພະນັກງານໃຫ້ມີລະດັບຄວາມຮູ້ ດ້ານວິຊາສະເພາະ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ໄດ້ຮັບຜົນສໍາເລັດຕາມຄາດໝາຍທີ່ວ່າງໄວ້. ເພື່ອຢັ້ງຢືນຕໍ່ແຜນພັດທະນາໃນຕໍ່ໜ້າ ກອງປະຊຸມໄດ້ຮັບຮອງເອົາມະຕິກອງປະຊຸມ ຢ່າງເປັນເອກະພາບຕື່ມອີກ.