
ພິທີເຊັນສັນຍາສະໜອງທືນພາຍໃນ ທີ່ໄດ້ຮັບທຶນສະໜັບສະໜຸນຈາກ ຫ້ອງການກອງທືນປົກປັກຮັກສາສິ່ງແວດລ້ອມ ແລະ ປ່າໄມ້.
************************************************************
ໃນຕອນບ່າຍ ຂອງວັນທີ 25 ພຶດສະພາ 2026 ໄດ້ມີພິທີເຊັນສັນຍາສະໜອງທຶນ ລະຫວ່າງ ຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ປ່າໄມ້ (ກສປ) ແລະ ຜູ້ຮັບທຶນ ລວມທັງໝົດ 15 ໂຄງການ. ພິທີດັ່ງກ່າວແມ່ນໄດ້ຈັດຂື້ນທີ່ ສະໂມສອນ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານໂດຍ ທ່ານ ນາງ ທອງຈັນ ອະຄະມາເຂດ ຫົວໜ້າຫ້ອງການກະຊວງກະສິກຳ ແລະ ສິ່ງແວດລ້ອມ, ຄະນະນຳຫ້ອງການ ກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ປ່າໄມ້, ພ້ອມກັນນັ້ນ ທ່ານ ພັທ ອ່ອນຕາ ສະສົມບັດ ຮອງຫົວໜ້າກອງບັນຊາການ ປກສ ແຂວງເຊກອງ ຕາງໜ້າ 15 ໂຄງການຂື້ນກ່າວຮັບທຶນ, ບັນດາຫົວໜ້າ ແລະ ຮອງຫົວໜ້າກົມ ຈາກກົມກອງທີ່ກ່ຽວຂ້ອງ ລວມໄປເຖິງຄະນະຊີ້ນໍາໂຄງການ ແລະ ຫົວໜ້າໂຄງການ ເພື່ອເຂົ້າຮ່ວມເປັນສັກຂີພະຍານ.
ໃນພິທີເຊັນສັນຍາດັ່ງກ່າວໃຫ້ກຽດລົງນາມເຊັນສັນຍາໂດຍ ທ່ານ ພັດນະຄອນ ຄັນທະມີໄຊ, ຫົວໜ້າຫ້ອງການກອງທຶນ (ຕາງໜ້າຜູ້ໃຫ້ທຶນ) ແລະ ຜູ້ຕາງໜ້າຈາກ 15 ໂຄງການ ລວມມູນຄ່າອະນຸມັດທັງໝົດ 14,278,492,000 ກີບ (ສິບສີ່ຕື້ສອງຮ້ອຍເຈັດສິບແປດລ້ານສີ່ແສນເກົ້າສິບພັນກີບ) ເຊິ່ງບົດສະເໜີໂຄງການຂອງແຕ່ລະພາກສ່ວນ ແມ່ນໄດ້ຜ່ານຂະບວນການຄົ້ນຄວ້າ ທາງດ້ານວິຊາການຕາມລະບຽບ, ຫຼັກການ ຂອງກອງທຶນ. ບົດສະເໜີໂຄງການທີ່ໄດ້ຮັບອະນຸມັດໃນຄັ້ງນີ້ ປະກອບມີ 14 ພາກສ່ວນ ຄື: ກະຊວງກະສິກຳ ແລະ ສິ່ງແວດລ້ອມ 6 ກົມ 7 ໂຄງການ, ກະຊວງສຶກສາທິການ ແລະ ກິລາ 2 ກົມ 2 ໂຄງການ, ມະຫາວິທະຍາໄລແຫ່ງຊາດ 2 ພາກສ່ວນ 2 ໂຄງການ, ນະຄອນປາກເຊ 1 ໂຄງການ, ພະແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງ ຫົວພັນ 1 ໂຄງການ, ພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງ ບໍລິຄໍາໄຊ 1 ໂຄງການ ແລະ ກອງບັນຊາການ ປກສ ແຂວງ ເຊກອງ 1 ໂຄງການ. ໂດຍປະຕິບັດຕາມຮ່ວງທຶນ ທີ່ໄດ້ຈັດສັນປະກອບມີ:
* ຮ່ວງທຶນ ອະນຸລັກຊີວະນາໆພັນ 1 ໂຄງການ ລວມມູນຄ່າ: 1.180.000.000 ກີບ;
* ຮ່ວງທຶນສິ່ງແວດລ້ອມ, ການຄວບຄຸມ ແລະ ແກ້ໄຂມົນລະພິດ 5 ໂຄງການລວມມູນຄ່າ: 3.971.600.000 ກີບ;
* ຮ່ວງທຶນ ຄຸ້ມຄອງຊັບພະຍາກອນນໍ້າແບບຍືນຍົງ 2 ໂຄງການ ລວມມູນຄ່າ: 2.821.000.000 ກີບ;
*ຮ່ວງທືນ ຄຸ້ມຄອງທີ່ດິນແບບຍືນຍົງ 3 ໂຄງການ ລວມມູນຄ່າ: 2.913.220.000 ກີບ;
*ຮ່ວງທືນ ນະໂຍບາຍ ແລະ ການສ້າງຄວາມເຂັ້ມແຂງດ້ານສິ່ງແວດລ້ອມ 3 ໂຄງການ ລວມມູນຄ່າ: 2,592,826,000 ກີບ;
*ຮ່ວງທືນ ການປ່ຽນແປງດິນຟ້າອາກາດ 1 ໂຄງການ ລວມມູນຄ່າ: 799.846.000 ກີບ.
ເຊິ່ງບັນດາພາກສ່ວນຕ່າງໆ ໄດ້ຮັບການອະນຸມັດໂຄງການ ແມ່ນ ນໍາເອົາທຶນດັ່ງກ່າວເພື່ອນໍາໄປຈັດຕັ້ງປະຕິບັດ ບັນດາກິດຈະກໍາ, ໜ້າວຽກຕ່າງໆ ໃຫ້ສອດຄ່ອງຕາມຮ່ວງທຶນ ໃນການປົກປັກຮັກສາສິ່ງແວດລ້ອມ ແລະ ປ່າໄມ້ ໃຫ້ມີຄວາມຍືນຍົງ.

