ວັນທີ 8 ສິງຫາ 2026 ທີ່ຫ້ອງປະຊຸມ ຫ້ອງການກອງທຶນ ໄດ້ຈັດກອງປະຊຸມວິຊາການກະກຽມກອງປະຊຸມກວດກາຄວາມສອດຄ່ອງທາງດ້ານກົດໝາຍ ຮ່າງດຳລັດກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ປ່າໄມ້ ໄດ້ຮັບກຽດເປັນປະທານ ໂດຍ ທ່ານ ນະລົງລິດ ນໍລະສິງ ຫົວໜ້າກົມກົດໝາຍ ກະຊວງຍຸຕິທຳ, ພ້ອມດຽວກັນນັ້ນເຂົ້າຮ່ວມ ທ່ານ ບຸນລັດ ວໍລະຈິດ ຮອງຫົວໜ້າຫ້ອງການ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ໄຊສົມພອນ ແກ່ນມະນີຈັນ ຮອງຫົວໜ້າກົມນິຕິກຳ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານ ສຸກຂີວັນ ດວງດີ ຮອງຫົວໜ້າກົມງົບປະມານແຫ່ງລັດ ກະຊວງການເງິນ, ຄະນະກົມກົດໝາຍ ກະຊວງຍຸຕິທຳ ແລະ ຄະນະຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ປ່າໄມ້ ເຂົ້າຮ່ວມ.


